9 ເກັດຄວາມຮູ້ ສຳລັບມືໃຫມ່ຝຶກຂາຍ ທຸລະກິດອອນໄລນ໌.

9 ເກັດຄວາມຮູ້ ສຳລັບມືໃຫມ່ຝຶກຂາຍ ທຸລະກິດອອນໄລນ໌.
ທຸລະກິດອອນໄລນ໌ກາຍເປັນອີກໜຶ່ງທາງເລືອກໃນການຫາລາຍໄດ້ ທັງເລືອກເປັນອາຊີບເສີມແລະການເຮັດເປັນອາຊີບຫລັກ ໂດຍມີຜູ້ໃຊ້ບໍລິການກໍຄືບຸກຄົນທົ່ວໄປທີ່ສາມາດເຂົ້າເຖິງລະບົບອິນເຕີເນັດໄດ້
ນັບວ່າເປັນທາງເລືອກທີ່ດີຫາກຄິດຈະເຮັດທຸລະກິດເທິງໂລກອອນໄລນ໌ ແຕ່ການເຮັດທຸລະກິດອອນໄລນ໌ໃຫ້ປະສົບຄວາມສຳເລັດນັ້ນຍາກຫລາຍ ເຮັດໃຫ້ຫລາຍທຸລະກິດເຖິງກັບປິດກິດຈະການໄປແລ້ວກໍມີ ເພາະມີການແຂ່ງຂັນກັນສູງ ເຊິ່ງກໍມີວິທີລັດໃນການເຮັດໃຫ້ທຸລະກິດຂອງຕົນນັ້ນເປັນທີ່ນິຍົມກໍຄື ການເຮັດ SEO ແລະການໂຄສະນາສິນຄ້າ ສຳລັບເຈົ້າຂອງທຸລະກິດມືໃຫມ່ຝຶກຂາຍ ເຮົາມີເກັດຄວາມຮູ້ 9ຢ່າງ ທີ່ຄວນຮູ້ແລະກ່ອນຈະດຳເນີນກິດຈະການ
1.ຊື່ຮ້ານ ຊື່ຮ້ານຈຳເປັນຕ້ອງມີຄວາມສອດຄ່ອງກັບສິນຄ້າທີ່ຂາຍ ເພື່ອໃຫ້ງ່າຍຕໍ່ການຈົດຈຳ

2.ສິນຄ້າ ສຳລັບມືໃຫມ່ຫັດຂາຍ ອາດຈະຕ້ອງເລີ່ມຈາກສິນຄ້າທີ່ມີຕົ້ນທຶນຕ່ຳ ຫາກສິນຄ້າຊະນິດນັ້ນເປັນທີ່ນິຍົມແລ້ວຈຶ່ງຂະຫຍາຍກິດຈະການ ແລະປ້ອງກັນການຂາດທຶນ ນອກຈາກນັ້ນ ສິນຄ້າທີ່ນຳມາຂາຍອາດຈະມາຈາກສິ່ງທີ່ມັກ ເພື່ອສາມາດໃຫ້ລາຍລະອຽດກັບລູກຄ້າໄດ້ຢ່າງຖືກຕ້ອງ
3.ເງິນທຶນ ທຸກກິດຈະການຫາກບໍ່ມີເງິນລົງທຶນກໍບໍ່ສາມາດເກີດສິນຄ້າຂຶ້ນມາໄດ້ ເງິນຈຶ່ງເປັນສິ່ງສຳຄັນແລະຈຳເປັນຕ້ອງມີການວາງແຜນການໃຊ້ເງິນໃຫ້ເປັນໄປຕາມທີ່ໄດ້ຈຳກັດວົງເງິນ ເພື່ອບໍ່ໃຫ້ມີການໃຊ້ເງິນຢ່າງບໍ່ມີປະໂຫຍດ

4.ຊ່ອງທາງຈຳໜ່າຍ ການເຮັດທຸລະກິດອອນໄລນ໌ມີຫລາຍທາງເລືອກ ໃຫ້ທ່ານນຳສິນຄ້າໄປຈຳໜ່າຍ ເຊັ່ນ Facebook website ເປັນຕົ້ນ 2 ແບບນີ້ເປັນທາງເລືອກທີ່ນິຍົມແລະໄດ້ຜົນທີ່ສຸດໃນປັດຈຸບັນ

5.ຈຸດຢືນຂອງຮ້ານ ຈຸດຢືນຂອງຮ້ານຖືວ່າເປັນເອກະລັກ ເຮັດໃຫ້ມີຈຸດເດັ່ນແລະມີຈຸດຂາຍໃຫ້ກັບທຸລະກິດ ຕ້ອງມີຄວາມໝັ້ນຄົງບໍ່ປ່ຽນໄປປ່ຽນມາ ຈະກໍ່ໃຫ້ເກີດຄວາມສັບສົນແກ່ລູກຄ້າ ແລະສົ່ງຜົນເສຍຕໍ່ລາຍໄດ້

6.ແຜນການຕະຫລາດ ຫົວໃຈຫລັກຂອງການເຮັດທຸລະກິດ ທຸກຢ່າງຕ້ອງມີການວາງແຜນ ການຕະຫລາດຈຳເປັນຢ່າງຍິ່ງ ຊ່ວງທີ່ຕ້ອງໂປຣໂໝດ ການຈັດໂປຣໂມຊັ້ນ ແລະຕ້ອງເຮັດໃຫ້ເປັນຕາມແຜນທີ່ໄດ້ກຳນົົດໄວ້ເພື່ອໃຫ້ເກີດຜົນສຳເລັດ.

7.ຊ່ອງທາງການຈ່າຍເງິນ ສຳລັບມືໃຫມ່ຝຶກຂ່າຍຂອງອອນໄລນ໌ ສ່ວນໃຫຍ່ຈະນິຍົມເປັນການຈ່າຍເງິນດ້ວຍການໂອນຜ່ານທະນາຄານ ເຊິ່ງຕ້ອງເປີດບັນຊີແຍກຈາກບັນຊີສ່ວນໂຕແລະຄວນເລືອກທະນາຄານທີ່ບໍ່ເປັນທີ່ນິຍົມແລະໃຫ້ດອກເບ້ຍດີ.

8.ຄວາມອົດທົນແລະດຸໝັ່ນ ການຂາຍຂອງເທິງໂລກອອນໄລນ໌ ຈຳເປັນຕ້ອງມີຄວາມອົດທົນສູງ ເພາະທຸກຄົນສາມາດເຂົ້າເຖິງລະບົບອິນເຕີເນັດໄດ້ກໍຈິງ ແຕ່ບໍ່ແມ່ນທຸກຄົນທີ່ຈະສົນໃຈສິນຄ້າເຮົາ ມື້ນັ້ນຂາຍໄດ້ ມື້ນີ້ຂາຍບໍ່ໄດ້ ເຊິ່ງເປັນເລື່ອງທຳມະດາ ສະນັ້ນ ຕ້ອງມີຄວາມອົດທົນສູງແລະຕັ້ງໃຈທີ່ຈະເຮັດຕໍ່ ບໍ່ທໍ້ຫລືເສຍກຳລັງໃຈ ຖ້າບໍ່ ອາດຈະເຮັດໃຫ້ຕັດສິນໃຈລົ້ມເລີກທຸລະກິດໄດ້.

9.ເວລາ ຕາມທີ່ໄດ້ກ່າວໄປຂ້າງຕົ້ນ ການເຮັດທຸລະກິດອອນໄລນ໌ບາງຄົນເຮັດເປັນອາຊີບເສີມ ບາງຄົນເຮັດເປັນອາຊີບຫລັກ ການຕອບຂໍ້ຄວາມລູກຄ້າຫລືເມື່ອລູກຄ້າຢາກໄດ້ລາຍລະອຽດຂອງຂໍ້ມູນ ຄວນຕອບໃຫ້ໄວທີ່ສຸດເພື່ອບໍ່ໃຫ້ເສຍລູກຄ້າໄປ ຫາກເຮັດເປັນລາຍໄດ້ເສີມ ຄວນແບ່ງເວລາ ແລະບອກໄວ້ຊັດເຈນວ່າສອບຖາມໄດ້ໃນເວລາແດ່.